RSS

ຝັນຮ້າຍ

ຝັນຮ້າຍ
ສູຕ ສາຣະພັນຍ໌ " ກອນສິບເອັດ "

ເດິກດື່ນ ຄືນນິທຣາ..........ຝັນໄປວ່າ ເຂົາມາຈົ່ມ

ເອົ້າອັ່ງ ດັ່ງໄຟຮົມ..............ທຸກຂ໌ຣະທົມ ຂົມໃນຈິຕ

ເຫັນໜ້າ ອ້າຍມາວົນ.......ຊີ້ດ່າຕົນ " ຄົນໃຈພິສ

ມີໃໝ່ ນອກໃຈຈິຕ............ໄປຫາຄິດ ຕິດຕີ໋ ບ່າວ "

ອ້າຍຊ່າງ ມາຕ່າງແທ້............ກ່ອນເຄີຍແຄຣ໌ ບໍ່ແປປ່ຽນ

ບອກວ່າ " ຖ້ານ້ອງຮຽນ............ສອບ-ກະສຽນ ວຽນມາກ່າວ

ຊິຂໍ ພໍ່ແມ່ນາງ " ......................ແລ້ວເປັນຫຍັງ? ມາຕ່າງເກົ່າ

ຫຼອກລວງ ຄວງໃໝ່ເວົ້າ...ບໍ່ຖາມເຮົາ ເວົ້າພໍຊື່ນ

ຊາຊືດ ຈືດໃຈດໍາ...............ໂຖ!ອ້າຍຄໍາ ທໍາໃຫ້ໝົ່ນ

ຄຽງຄູ່ ວ່າຫຼູໂຕນ.........ຊິບໍ່ສົນ ຄົນໃດອື່ນ

ປາກກ້ຽງ ຮັກພຽງເຮົາ........ບໍ່ໃຫ້ເຫງົາ ເສົ້າຂົມຂື່ນ

ຕິດຕາມ ຍາມຄ່ໍາຄືນ.........ຊ່ວຍ ແກ້ວຊື່ນ ຣື່ນຣຶດີ!

ລົມປາກ ຈາກຜູ້ຊາຍ..........ດັ່ງນ້ໍາໄຫຼ ເທິງໃບບອນ

ກິ້ງເກືອກ ເລືອກບ່ອນນອນ.ປ່ຽນໃຈຈຣ ຕອນລົມວີ່

ຫາໃໝ່ ໄດ້ເຊີຍຊົມ...............ປິ່ນຕາມລົມ ຕົ້ມເຮົາຟຣີ!

" ບໍ່ມັກ! ຮັກເຂົາຕິ!..............ບອກ ແກ້ວທີ ໃຜຊິວ່າ! "

ອ້າຍມາ ທໍາທ່າເມີນ...............ໂພດເຫຼືອເກີນ ເດີນບໍ່ກ່ຽວ

ກາຍໜ້າ ກະບໍ່ຫຼຽວ...............ໃຈແກ້ວສຽວ ລ້ຽວເຂົ້າປ່າ

" ອົດມອງ ຈ໊ອງ ແກ້ວທີ..ຢ່າເມີນໜີ ພີ່ຫັນມາ

ຊັງຫຍັງ? ຈັ່ງບໍ່ຈາ..................ບອກ ແກ້ວມາ ຢ່າໂລເລ! "

ຄໍາຍິ້ມ ຊິ່ມເບົາເບົາ.................." ອ້າຍມີສາວ ແຟນເຂົາລວຍ

ຮູປຮ່າງ ຍາມຍ່າງຍ້ວຍ..........ຊ່າງສົດສວຍ ດ້ວຍສເນ່ຫ໌

ບ້ານສ່ອງ ຫ້ອງຫໍນາງ....ດັ່ງວຽງວັງ ຊ່າງດູເກ໋

ບໍ່ເໝືອນ ເຮືອນແກ້ວ ເພ....ເສົາກະເຍ້ ເຊລົງຊານ!

ຢ່າມາ ທໍາທ່າວອນ...............ບໍ່ສະອອນ ອ້ອນຄໍາກ່າວ

ແມ່ດ່າ! ຍັງມາເວົ້າ...............ວ່າຮັກເຮົາ ເຊົາຢ່າຂານ!

ອ້າຍນີ້ ຄົນມີກັມ........ບໍ່ມີຄໍາ ມາກໍານັນ

ກິນເຂົ້າ ເຫຼືອເຂົາທານ.......ເສດອາຫານ ມັນບໍ່ສົມ

ຖານະ ກະບໍ່ມີ.............ສັງກະລີ ທີ່ຕ້ອຍຕ່ໍາ

ໜ້າຕາ ແຄ່ງຂາຄ້ໍາ...........ຜິວກະດໍາ ກ່ໍາກ້ານລົມ

ບໍ່ຂາວ ເໝືອນຊາວຈີນ.......ເຮືອນຕຶກດິນ ຖີ່ນອຸດົມ

ສນຸກ ສຸຂຊື່ນຊົມ.........................ຊ່າງເໝາະສົມ ພຣົມເສຄສັຣຄ໌"

ເດິກດື່ນ ຕື່ນຜວາ........ຮູ້ຕົວມາ ອຸຣາໝົ່ນ

ຝັນຮ້າຍ ໃຈກັງວົລ......................ລຸກສວດມົນຕຣ໌ ບົນບອກສານ

ສາທຸ ຫຼວງປູ່ຕາ.................ເຝົ້າຮັກສາ ພັຍຢ່າພາລ

ພຣະເຈົ້າ ເນົາສວັຣຄ໌.........ຢ່າໃຫ້ມາຣ ຜານຮາວີ.

ປະພັນທ໌ໂດຍ: ຂຽດຂາຄໍາ ທັມມະວົງສາ

  • Digg
  • Del.icio.us
  • StumbleUpon
  • Reddit
  • RSS

0 ຄຳແນະນຳ:

แสดงความคิดเห็น