RSS

ຢອກສາວເມືອງລັບແລ

ຢອກສາວເມືອງລັບແລ

"ກອນກ້ຽວກາພ"


ຂໍຢອກເຢົ້າ ສາວລັບແລ ແດ່ຈັກໜ່ອຍ

ຕາງວ່າຊ່ອຍ ປ່ອຍຄວາມຄຽດ ບັງບຽດກັນ

ແບບນ້ອງອ້າຍ ພໍໄດ້ຂໍາ ຍາມນາງອ່ານ

ຂ່າວຄາວກັນ ສັງສັຣຄ໌ໃຫ້ ໄດ້ສຸຂີ

ຢ່າໄດ້ມີ ທີ່ຂຸ້ນ...................ເຄືອງໃຈ

ຂຽນຄໍາຂໍ ສະບາຍ.............ຢ່າຄຽດ

ຂອບຄຸນນ້ອງ ນາງຫຼາຍ.......ໄຂຂ່າວ

ຕອບກອນອ້າຍ ບ່າວຂຽດ..ຂາຄໍາ

ຄໍາອ້າຍເວົ້າ ເຈົ້າຢ່າຊາ ຫາວ່າສຽດ

ຢ່າຟ້າວຄຽດ ກຽດຊັງກັນ ມັນເປັນກັມ

ໃຫ້ຮັກຫອມ ຖນອມແພງ ແລງງາຍຄໍ່າ

ໄກກັນກໍ້າ ຈໍາຈື່ໄວ້ ໄດ້ພົບພານ

ຈົ່ງສຸຂສັນຕ໌ ຊື່ນຊ້ອຍ..........ພິຣົມຍ໌

ຄວາມໝອງມົວ ໃຈຂົມ.......ຂົ່ມກັ້ນ

ວັນນຶ່ງຄົງ ສຸຂສົມ...............ໃຈຊື່ນ

ທຸກຄໍ່າຄືນ ຢູ່ໝັ້ນ..................................ພັຍພົ້ນ ຢູ່ກະເສີມ

ປະພັນທ໌ໂດຍ: ຂຽດຂາຄໍາ ທັມມະວົງສາ

  • Digg
  • Del.icio.us
  • StumbleUpon
  • Reddit
  • RSS

0 ຄຳແນະນຳ:

แสดงความคิดเห็น