RSS

ປູກັບນົກຍາງ


ຂຽນໂດຍ Souksawath

ວັນອັງຄານ ທີ 25 ພຶດສະພາ 2010 ເວລາ 14: 51

ມີປ່າໃຫຍ່ແຫ່ງນຶ່ງຢູ່ເຂດເມືອງ ມັດຊິມະວິໄສ ໃກ້ປ່ານັ້ນມີໜອງນຶ່ງຊື່ ກັກກຸທະ
ມີໝູ່ປາອາໄສຢູ່ເປັນອັນມາກ. ນົກຍາງເຖົ້າຕົວນຶ່ງມາເຫັນໜອງປານັ້ນມີປາຫຼາຍ
ກໍບິນແວະລົງໄປ ປະສົງຈະໄດ້ກິນປາ
, ສ່ວນພວກປາທັງຫຼາຍເຫັນນົກຍາງ ກໍເຕືອນກັນ
ບໍ່ໃຫ້ອອກມາບ່ອນແປນ. ນົກຍາງບໍ່ໄດ້ກິນປາຢູ່ແຄມໜອງດ້ານນີ້ກໍ່ບິນໄປດ້ານອື່ນ
ແລ້ວເຮັດອຸບາຍເປັນທຸກ ຢືນຂາດຽວ
, ມີນ້ຳຕາຍ້ອຍອອກ,ເຫັນປານ້ອຍລອຍມາໃກ້ຜ່ານໄປມາຕາມວ່າງຂາກໍ່ບໍ່າສວບກິນ, ປາໃຫຍາໂຕນຶ່ງມາເຫັນອາການນົກຍາງອາການນົກຍາງເປັນດັ່ງນັ້ນກໍ່ຄິດປະຫຼາດໃຈ
ຈຶ່ງຮ້ອງຖາມແຕ່ໄກວ່າ:
ເຫດໃດທ່ານຈຶ່ງມາຢືນໂສກເສົ້າເຫງົາຫງ່ວມ ບໍ່ກິນອາຫານ?”

ນົກຍາງຕອບ: ດູລາປາ ຂໍທ່ານຈົ່ງຟັງຂ້າພະເຈົ້າກ່ອນ, ຂ້າພະເຈົ້ານີ້ ແຕ່ກ່ອນບໍ່ເຄີຍກິນປາ
ເປັນອາຫານ
, ບັດນີ້ໄດຮັບສິນມາຈາກທ່ານ ມຸນີ ທີ່ຢູ່ໃນປ່າຫິມມະພານ ທ່ານສອນ
ໃຫ້ງົດເວັ້ນກນຂ້າສັດເສຍ ເພາະເປັນບາບ. ຂ້າພະເຈົ້າຈຶ່ງໄດ້ງົດເວັ້ນບໍ່ກິນສັດເປັນອາຫານຕັ້ງແຕ່ນັ້ນມາ
, ພ້ອມກັບໄດ້ຮຽນທຳຫຼາຍຂໍ້ ຈຶ່ງເປັນຜູ້ມີໃຈກະລຸນາ.

ມື້ນີ້ຂ້າພະເຈົ້າມາຈາກ ອຸຕະນະຄອນ ໄດ້ຍິນຄຳສັ່ງຂອງພະຍາເມືອງນັ້ນວ່າ ຈະໃຫ້ພວກພານແຫມາຫາປາໃນໜອງນີ້ຂ້າພະເຈົ້າໄດ້ຍິນຄຳນັ້ນ ກໍ່ມີຄວາມສົງສານພວກສູເຈົ້າເປັນອັນມາກ ຈຶ່ງໄດ້ມາບອກ.

ປາທັງຫຼາຍໄດ້ຍິນນົກຍາງເວົ້າດັ່ງນັ້ນກໍ່ມີຄວາມຕົກໃຈຢ້ານ ຈຶ່ງເວົ້າວິງວອນນົກຍາງວ່າ: ຂ້າແຕ່ທ່ານນົກຍາງ ຖ້າແມ່ນຈິງຄືຄວາມທ່ານເວົ້າແທ້ ທ່ານຄິດເຫັນຈັ່ງໃດແດ່ໃນການທີ່ຈະຊ່ວຍເຫຼືອພວກຂ້າພະເຈົ້າ?” ນົກຍາງຕອບວ່າ: ມີໜອງໃຫຍ່ແຫ່ງນຶ່ງຢູ່ທາງປະເທດ ທັກສິນາບົດ, ນ້ຳກໍ່ເລິກ ແລະ ໃສສະອາດດີ. ຖ້າພວກທ່ານຍ້າຍໄປຢູ່ໜອງນັ້ນໄດ້ ກໍ່ຈະພົ້ນຈາກໄພ”.

ປາຖາມ: ເຮັດແນວໃດ ພວກຂ້າພະເຈົ້າຈຶ່ງຈະໄປໄດ້?”

ນົກຍາງຕອບ: ຖ້າພວກເຈົ້າເຊື່ອໃຈຂ້າພະເຈົ້າ, ຂ້າພະເຈົ້າກໍ່ຈະພາໄປ ໂດຍຄາບພວກທ່ານໄປເທື່ອລະໂຕ”.

ປາທັງຫຼາຍປຶກສາກັນ ຕົກລົງໃຫ້ນົກຍາງພາປາໂຕນຶ່ງໄປເບີ່ງກ່ອນ. ຖ້າມີຈິງແທ້ໃຫ້ຄືນມາບອກ, ເມື່ອຕົກລົງກັນແລ້ວ ນົກຍາງກໍ່ຄາບປາໂຕນັ້ນພາໄປເຖິງໜອງໃຫຍ່ ອັນເປັນປະເທດ ທັກສິນາບົດ ແລະ ປ່ອຍປາໂຕນັ້ນລົງໄປໃນໜອງ ໃຫ້ລອຍຫຼິ້ນຕາມສະບາຍໃຈ ແລ້ວກໍ່ພາກັບຄືນມາໜອງເດີມ. ປາໂຕນັ້ນ ກໍ່ບອກເຫຼົ່າຝູງປາທັງຫຼາຍ ຕາມທີ່ຕົນໄດ້ເຫັນມາ; ຝູງປາໄດ້ຮູ້ດັ່ງນັ້ນ ກໍ່ຊ້ອງຊໍກັນເຂົ້າມາ ຂໍໃຫ້ນົກຍາງພາໄປ ນົກຍາງໄດ້ທ່າ ຈຶ່ງຄາບປາໃນໜອງນັ້ນໄປກິນເທື່ອລະໂຕ ເທື່ອລະໂຕ ຈົນປາຢູ່ໜອງໝົດ.

ໃນຄັ້ງນັ້ນ ມີປູ​ໃຫຍ່​ໂຕ​ນຶ່ງ ຊື່ ຈັນທາ​ລະ​ກັດ​ກະຕະ ມັນ​ເຫັນ​ນົກຍາງ​ຄາບ​ປາ​ໄປ​ດັ່ງ​ນັ້ນ​ທຸກ​ວັນ ກໍ​ມີ​ຄວາມ​ສົງ​ໄສ ຄຶດ​ໃນ​ໃຈ​ວ່າ: ນົດຍາງ​ໂຕ​ນີ້​ຫຼອກ​ເອົາ​ພີ່ນ້ອງ​ກູ​ໄປ​ກິນ​ໝົດ​ແລ້ວ​ຫຼື? ກູ​ລອງ​ໄປ​ເບີ່​ງ​ເອງ​ກ່ອນ​ນາຄຶດ​ແລ້ວ​ຈຶ່ງ​ເຂົ້າ​ໄປ​ຫາ​ນົກຍາງ ​ແລະ ​ເວົ້າ​ອ້ອນວອນ​ວ່າ ດູລາ​ທ່ານ​ນົກຍາງ ທ່ານ​ຈົ່ງ​ເມດ​ຕາ​ຂ້າພະ​ເຈົ້າ​ໄປ​ນຳ​ແດ່ນົກຍາງ​ເຫັນ​ກໍ່​ຄິດ​ວ່າ ປາ​ນີ້​ກູ​ໄດ້​ກິນ​ທຸກ​ວັນ ທຸກ​ວັນ ຈົນ​ເປີດ​ແລ້ວ (ຈົນ​ເບື່ອ) ສ່ວນ​ປູ​ຍັງ​ບໍ່​ທັນ​ໄດ້​ລອງ​ເບີ່​ງ ມື້​ນີ້​ກູ​ຈະ​ລອງ​ຊີມ​ອ້າຍ​ປູ​ນີ້​ລອງ​ເບີ່​ງກ່ອນ​ນາ”. ຄິດ​ແລ້ວ​ກໍ່​ຮັບຮອງ​ວ່າຈະ​ພາ​ປູ​ໄປ ​ແຕ່​ພໍ​ອ້າງ​ປາກ​ຈະ​ຄາບ​ເອົາ​ປູ, ປູ​ສະຫຼາດ​ຈຶ່ງ​ເວົ້າ​ກັບ​ນົກຍາງ​ວ່າ: ຂ້າພະ​ເຈົ້າ​ລອກຄາບ​ໃໝ່, ອອງຍັງ​ອ່ນຢູ່, ​ເມື່ອ​ທ່ານ​ຄາບ​ແຮງ ອອງຂອງ​ຂ້າພະ​ເຈົ້າ​ກໍ່​ຈະ​​ແຕກ, ປະການ​ໜຶ່ງ ຂ້າພະ​ເຈົ້າ​ຢ້ານ​ທ່ານ​ຄາບ​ບໍ່​ໝັ້ນ ​ແລ້ວ​ຂ້າພະ​ເຈົ້າ​ກໍ່​ຈະ​ຕົກຕາ​ຍ. ສະ​ນັ້ນ​ຂໍ​ທ່ານ​ກະລຸນາ​ໃຫ້​ຂ້າພະ​ເຈົ້າ​ໄດ້​ຄາບ​ຄໍ​ທ່ານ​ໄປ​ເຖີ້ນ.

ນົກຍາງ​ບໍ່​ຮູ​້ກົນອຸບາຍ​ຂອງ​ປູ ກໍ່​ຍອມ​ໃຫ້​ປູ​ຄາບ​ຄໍ ​ແລ້ວ​ພາ​ໄປ​ເຖິງ​ບ່ອນ​ທີ່​ຕົນ​ເຊົາ​ກິນ​ປາ ພໍ​ພາ​​ແວະ​ລົງ. ປູ​ແລ​ເຫັນ​ກ້າງປາ​ເຕັມ​ຢູ່​ໃນ​ທີ່​ນັ້ນ​ກໍ່​ຮູ້​ທັນທີ​ວ່າ​ນົກຍາງ​ເອົາ​ປາ​ມາ​ກິນ​ໃນ​ທີ່​ນີ້ ຈຶ່ງ​ໜີບ​ຄໍ​ນົກຍາງ​ໃຫ້​ແໜ້ນ​ເຂົ້າ​ແລ້ວ​ເວົ້າ​ຂູ່​ນົກຍາງ​ວ່າ ມຶງ​ຈົ່ງ​ພາ​ກູ​ຄືນ​ໄປ​ໜອງ​ເກົ່າ​ຂອງ​ກູ​ດຽວ​ນີ້ ກູ​ຈຶ່ງ​ຈະ​ວາງ​ຄໍ​ມຶງ ບໍ່​ດັ່ງ​ນັ້ນ​ມຶງ​ຕ້ອງຕາ​ຍ ນົກຍາງ​ເຈັບ​ຫຼາຍ​ຈຶ່ງ​ພາ​ປູ​ບິນ​ກັບ​ຄືນ​ໄປ ພໍ​ໄປ​ເຖິງ​ໜອງ​ປູ​ກໍ່​ໜີບ​ຄໍ​ນົກຍາງ​ຂາຍ​ຕາຍ​ກັບ​ບ່ອນ.


  • Digg
  • Del.icio.us
  • StumbleUpon
  • Reddit
  • RSS

0 ຄຳແນະນຳ:

แสดงความคิดเห็น