RSS

ບົດກອນ ຜະຫຍາ ບຸນ ການທຳບຸນ

ບົດກອນ ຜະຫຍາ ບຸນ ການທຳບຸນ

ຄັນຊິຄອຍແຕ່ບຸນມາຄໍ້າ ຄັນບໍ່ທຳກະບໍ່ແມ່ນ

ຄອຍແຕ່ບຸນສົ່ງໃຫ້ ມັນຊິໄດ້ຢູ່ບ່ອນໃດ

ຄືຈັ່ງເຮົາມີອາຫານໄວ້ ຄັນບໍ່ກິນມັນບໍ່ອີ່ມ

ມີລາບຄັນບໍ່ເອົາເຂົ້າຄຸ້ຍ ທາງທ້ອງບໍ່ຫ່ອນເຕັມ ຫຼານເອີຍ

ຊື່ວ່າໂລກີກວ້າງ ເມືອງຄົນມັນບໍ່ທ່ຽງ

ມັນຫາກຫງ່ຽງຊ້ອຍງ້ອຍ ຄືຄ້ອຍຕະລິ່ງຂອງ

ລາງເທື່ອລູກສິດໄດ້ ເປັນຄູສອນສັ່ງ

ລາງເທື່ອລູກອອກກົ້ນ ສອນສໍ້ພໍ່ແມ່ຄີງ

ລາງເທື່ອແນວເດັກນ້ອຍ ສອນຄົນຫົວດ່ອນ

ລາງເທື່ອລູກໄພ່ບ້ານ ສອນທ້າວບ່າວພະຍາ ແນວນັ້ນໄດ໊

ອິດອ່ອນແຮງເມື່ອຍລ້າ ຈາກວຽກໄຮ່ງານສວນ

ຫວນຄືນຕ່າວເມືອເຮືອນ ປວດເມື່ອຍຕາມກາຍເນື້ອ

ປູເສື່ອຕາກແດດໄວ້ ຕົບຝຸ່ນໃຫ້ໄຫງ່ຫ່າງ

ຫອມບໍ່ຈາງກິ່ນແດດກ້າ ສຸກກາຍເດ້ເມື່ອໄດ້ນອນລົງ

  • Digg
  • Del.icio.us
  • StumbleUpon
  • Reddit
  • RSS

ໂລກາພິວັດ

ໂລກາພິວັດ

ງົວບໍ່ພໍໃຈນ້ຳ ສິຫາກີນນ້ຳມັນເຄື່ອງ

ເຂົ້າສິເກີດຢູ່ເມືອງ ມີແຕ່ເມັດໂຈ່ໂກ້ ໃບເຫງົ້າຫາກບໍ່ມີ

ທຸກມື້ນີ້ ນ້ອງພີ່ຜິດໃຈກັນ

ວັນເດືອນປີ ສິຕ່າວກາຍແປປີ້ນ

ຫີນສິລອຍເໜືອນ້ຳ ຄົນເລວຊາມສິເປັນໃຫຍ່

ໄຟສິໄໝ້ຮອດນ້ຳ ໃນຫ້ວຍຮ່ອມໜອງ

ຂຽດຈະນາສິຂື້ນຮ້ອງ ຫາຄູ່ຢູ່ປາຍແສງ

ປາຄະແຍງສິຂື້ນແປງຮວງຮັງ ຢູ່ເທິງປາຍຄໍ້

ຄົນສໍພໍສິໄດ້ເປັນຫົວຫນ້າ ເສນາອຳໝາດ

ພວກນັກປາດ ສິໄດ້ຕົກຕ່ຳຕ້ອຍ

ລີງນ້ອຍ ກະບໍ່ປານ

ປານໄກ່ປ່າ ມາຢາກເປັນໄກ່ບ້ານ

ພາກັນອ່ານທາງຜິດ ເສດຖະກິດສະໄໝເງິນໃບຊາວຄ່າບໍ່ມີພໍດີ້

ພູເຂົາຫີນ ຫຼຽວບໍ່ເຫັນກົກໄມ້

ໂລກສິເກີດເປັນໄຟ ລາມໄໝ້ໄປຈົນທົ່ວ

ຍ້ອນໃຈຄົນຫຍາບຊົ່ວ ຕົວະຕົ້ມຕັ້ງແຕ່ກັນ

ພຸດທະອົງບອກບັ້ນ ອາຍຸຂອງຄົນ

ສາລະວົນກັນເອງ ສິຂົ່ມເຫັງຄົນນ້ອຍ

ໃຜເປັນຫອຍເປັນກຸ້ງ ພຸງບາງສິຕາຍກ່ອນ

ໃຜພຸງໜາສິຖືກຄ້ອນ ຕາຍຖິ້ມບາດເທື່ອລຸນ

ໂລກສິເກີດວ່າວຸ້ນ ກັບຕ່າວຕາລະບັດ

ບໍ່ແມ່ນຍາມລົມພັດ ຫ່າລົມພັດເຊຕ້ອງ

ບໍ່ແມ່ນຄອງຝົນຟ້າ ສາຍຝົນພັດເລັ້ງລັ່ງ

ບໍ່ແມ່ນຍາມແຫ້ງແລ້ງ ດິນນັ້ນກະເລົ່າແຫງ

ຮອດຍາມຝົນກະແຫ້ງແລ້ງ ດິນຫາກໄຫງ່ເປັນຜົງ

ຝົນມາຫຼົງທາງທຽວ ໄດ້ກ່ຽວເອົາຢູ່ໃນນ້ຳ

ເຖິງເມື່ອຍາມຫຼົກກ້າ ດຳນາເຂົ້າກ້າຫ່ຽວ

ບາດເມື່ອເຖິງຍາມກ່ຽວ ຝູງໝູ່ກົບຂຽດຮ້ອງ ຝົນເທັ້ງພັດເລ່ັງລົງ.

  • Digg
  • Del.icio.us
  • StumbleUpon
  • Reddit
  • RSS

ການເຮັດບຸນຂອງພັນລະຍາມາຄະມານົບ

ການເຮັດບຸນຂອງພັນລະຍາມາຄະມານົບ

ນາງສຸທັມມານ້ອງ ທຳບຸນໂກ້ສະຫງ່າ

ອານິສົງຊໍ່ຟ້າ ໄດ້ນຳຍູ້ສົງເຖິງ

ບຸນຫາກສູງບໍ່ເນີ້ງ ຄ້ອຍງ່ຽງຕາມໂຕ

ເຮັດໃຫ້ນາງພານພົບ ຢູ່ໃນເມືອງຟ້າ

ຝ່າຍສຸນັນທານ້ອງ ຂຸດສະອັນກວ້າງໃຫຽ່

ຫວັງໃຫ້ຄົນອື່ນໄດ້ ສະລ້າງສ່ວຍສົງ

ບຸນປະສົງໝັ້ນ ຄືກກັນກັບພີ່

ເຮັດໃຫ້ນ້າງນ້ອງນີ້ ເນົາຢັ້ງຢູ່ສະຫວັນ

ສຸຈິດຕານ້ອງນັ້ນ ມຸ່ງໃສ່ທາງສວນ

ມວນປະການສອນ ໝູ່ພະມອນບິນຕອມ

ພົງພະຍອມຊື່ືນ ມັນປາເຫຼືອງອະລ່າມ

ພວງມະລິສອດ ຫອມກົ້ວເຂົ້າກັນ

ອານິສົງຕັ້ງແຕ່ນັ້ນ ຍູ້ສົ່ງຕາມໂຕ

ເຖິງເມືອງແມນ ໝູ່ເທພາລ້ອມ

ໃຫ້ຄອຍຊອມດູໜ້າ ສູຊາດາຜູ້ປະໝາດ

ຄາແຕ່ຕົກແຕ່ງເອ້ ເຍືອງໜ້າສ່ອງແຕ່ເງົາ

ເລີ່ມແຕ່ເຊົ້າ ຮອດບ່າຍອັດສະດົງ

ຄາແຕ່ຫຼົງເງົາໂຕ ແຕ່ງຕາທາແປ້ງ

ແຍງທາງຊ້າຍທາງຂວາ ມືຮ້ອຍຊ່ຳ

ບາດວ່າຕາຍມອດມ້ວຍ ໄດ້ໄປເກີດຢູ່ປ່າເຂົາ

ນັ່ງເຄົ້າເມົ້າເປັນນົກເຈົ່າ ຢູ່ຮິມໜອງ

ຕາຫາກມອງຫຼຽວຫາ ໝູ່ປາຊິວອ້າວ

ຂາຍາວໆ ຖົກໂທ້ຍ ກົ້ນໂນຍໆ ຂີ້ໂຜ່ນໆ

ຕາເຫຼືອຕົນສຸຊາດານ້ອງຫຼ້າ ຜູ້ທາແປ້ງແຕ່ງແຕ່ໂຕ

  • Digg
  • Del.icio.us
  • StumbleUpon
  • Reddit
  • RSS



  • Digg
  • Del.icio.us
  • StumbleUpon
  • Reddit
  • RSS

ກັບບ້ານໄວແທ້?

ກັບບ້ານໄວແທ້?

ລໍາສີທັນດອນ " ກອນສິບ "

ເປັນຫຍັງຟ້າວ ກັບບ້ານ ຫຼືຢ້ານຄູ່ ນາງຄອງ

ຫຼືນ້ອງມີ ຄົນຄອຍ ປ່ອຍໃຫ້ເຂົາ ເຫງົາຖ້າ

ຫຼືວ່າມີ ງານຫຍຸ້ງ ນຸງນັງ ຂັງກະຕ່າ

ອົດພໍຈາ ປາກຕ້ານ

ຂານບອກຄໍາ ໃຫ້ຮູ້ ກູນາອ້າຍ ແດ່ເດ!

ເຈົ້າຜູ້ຜົມ ເພໜ້າ ຜຍາລ່າຍ ຫຼາຍລາຍ

ນີ້ນໍ ຊາຍຄົນພອຍ ຊ່າງຖ່ອຍຈາ ຄໍາເກ້

ສັງໂລເລ ຫາເວົ້າ ຄົນຫູເບົາ ເວົ້າໃສ່

ແຟນຢູ່ໃສ ບໍ່ຮູ້

ຊູ້ຊິມາ ປາກຕ້ານ ປານນີ້ ບໍ່ຫ່ອນເຫັນ!

ເປັນໂທສທັນຕ໌ ແທ້ນ້ອງ ພຽງລອງຕ່ອຍ ຕາງຖາມ

ຢ່າຟ້າວທໍາ ທີມຶນ ຕື່ນໝາກຕູມ ໂຕນເຕັ້ນ

ເຫັນນ້ອງຢືນ ຊຶງເຊີ້ ລະເມີຫຼົງ ຊົງຫຼ່າ

ຢ່າຟ້າງຂົມ ຄຽດຮ້າຍ

ກາຍຊິແກ່ ກ່ອນເຖົ້າ ໂຕເຈົ້າ ຊິບໍ່ບານ!

ຢ່າມາທໍາ ທ່າເຍີ້ຍ ຫົວອະເຮີ່ຍ ເຫັນຫາງ

ນາງນີ້ນາມ ແນວຍິງ ສິ່ງບໍ່ມີ ຫາຕ້ານ

ໜ້າບໍ່ບານ ຕາມແຫຼ້ວ ແນວຄີງ ບໍ່ໄດ້ສ່ຽນ

ບໍ່ແມ່ນກວຽນ ແມ່ນລໍ້

ບໍ່ໜັກຄໍ ບ່າວອ້າຍ ໃຜຊິເວົ້າ ຊ່າງຕາມ

ຂໍໂທສນໍາ ນ້ອງຫຼ້າ ຢ່າຟ້າວດ່າ ຄໍາແຂງ

ຖ້າໄປແທງ ຈິຕໃຈ ໂປຣຖອະພັຍ ຂໍຢ້ໍາ

ຂອບໃຈນໍາ ເດີຫຼ້າ ຊານົມເຢັນ ມາສົ່ງ

ຮ້ານລໍາວົງ ບໍ່ແລ້ວ

ແກ້ວ ຊິປະປ່ອຍອ້າຍ ໃຫ້ຊາຍໂອ້ ອ່າວກະສັນຕ໌?

ເຈົ້າຜູ້ຄີງ ຂາວກ້າມ ງາມສງ່າ ສົມຊາຍ

ຂໍອະພັຍ ຮຽມອວນ ຊິດ່ວນໄກ ກັບບ້ານ

ຍັງມີງານ ຄາຄ້າງ ຕ້ອງສະສາງ ຊ່ວຍທ່ານ

ຍາລຸງຈານ ເພິ່ນໃຊ້

ດອກໄມ້ຂາຍ ບໍ່ແລ້ວ ນາງແກ້ວ ຊິຈາກຈຣ

ໃຫ້ໂຊຄດີ ເດີນ້ອງ ຊິຄອງຢູ່ ທາງຫຼັງ

ລໍຄອຍນາງ ກັບມາ ອ້າຍສັ່ງຈາ ສຽງອ້ອນ

ຄອນກະບຽນ ທັງເວົ້າ ເຮົາຂໍລາ ລົມກ່ອນ

ມືຂວາຊອນ ສ່ຽວຊ້ວນ

ຊວນຊຸ່ມສາວ ຊັກໃຊ້ ລາອ້າຍ ຊິຫ່າງຊາຍ

ພວກນ້ອງກັບ ໄປບ້ານ ເສັດງານຄ່ອຍ ຕິດຕາມ

ຮ້ານລໍາວົງ ເສັດສັບ ຊິຄ່ອຍກັບ ໄປຜ້າຍ

ໃຫ້ບອກ ບິດາເຈົ້າ ເຖົ້າມານດາ ກ້ໍາຝ່າຍ

ແລງຄ່ໍາລົງ ຄ່ອຍຍ້າຍ

ໄປຂາບຄຸນ ທ່ານທ້າວ ຊຽງເຫຼົາເວົ້າ ສົ່ງທາງ

ສອງສາວເດີນ ຜ່ານຊຸ້ມ ແກ້ວຖາມຊຸ່ມ ສຽງໃສ

ກາຍເຈ໊ກສົວ ຫຼືຍັງ ແມ່ສັ່ງຄໍາ ຄາຄ້າງ

ໃຫ້ນາງຫາ ເຫັນຊື້ ຂີ້ກົ່ວຖື ພໍ່ສັ່ງ

ສັງກະສີ ຮົ່ວຊອດ

ພໍຈອດຢາ ຊ່ວຍໄວ້ ຍາມຝົນໃກ້ ບໍ່ໄກ

ປະພັນທ໌ໂດຍ: ຂຽດຂາຄໍາ ທັມມະວົງສາ.

  • Digg
  • Del.icio.us
  • StumbleUpon
  • Reddit
  • RSS